ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຫົວໜ້າ
ອຳນວຍການ ໂຮງໝໍສູນກາງ 108 ກອງທັບປະຊາຊົນ ຫວຽດນາມ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ໄດ້ຕ້ອນຮັບ
ສະຫາຍ ພົນຈັດຕະວາ ສຈ ປອ ເລ່ ຮິວ ຊ່ອງ ຫົວໜ້າອຳນວຍການໂຮງໝໍສູນກາງ 108 ກອງທັບປະຊາຊົນ ຫວຽດນາມ

     ວັນທີ 15 ມີນາ 2024 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ພົນຈັດຕະວາ ສຈ ປອ ເລ່ ຮິວ ຊ່ອງ ຫົວໜ້າ ອຳນວຍການ ໂຮງໝໍສູນກາງ 108 ກອງທັບປະຊາຊົນ ຫວຽດ
ນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ.

      ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດ
ວຽກຮ່ວມກັບ ໂຮງໝໍສູນກາງ 103 ກອງທັບ ປະຊາຊົນລາວ ຂອງ ສະຫາຍ ພົນຈັດຕະວາ ສຈ ປອ ເລ່ ຮິວ ຊ່ອງ ພ້ອມດ້ວຍ ຄະນະໃນຄັ້ງນີ້, ເຊິ່ງ
ເປັນການປະກອບສ່ວນເຂົ້າໃນການຂະຫຍາຍສາຍ ພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ,
ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

      ສະຫາຍ ພົນຈັດຕະວາ ສຈ ປອ ເລ່ ຮິວ ຊ່ອງ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໄດ້ໃຫ້ການຕ້ອນ
ຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບ ທີ່ເປັນຄວາມສາມັກຄີ, ການພົວພັນຮ່ວມມືແບບພິເສດຂອງສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດ
ນາມ ໃຫ້ນັບມື້ໜັກແໜ້ນເລິກເຊິ່ງ ກວ້າງຂວາງຍິ່ງໆຂຶ້ນ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 18/03/2024